Languages: English  |  Vietnamese  |  Lao
  Home
About Swiss International Cooperation
Swiss Cooperation in the Mekong Region
Programmes
News and Stories
 
SDC – on location worldwide
Home
ຍິນດີຕ້ອນຮັບສູ່ການຮ່ວມມືຂອງປະເທດສະວິດເຊີແລນໃນພາກພື້ນແມ່ນ້ຳຂອງ !

ການຮ່ວມມືດ້ານການພັດທະນາຂອງປະເທດສະວິດເຊີແລນໃນພາກພື້ນແມ່ນ້ຳຂອງໄດ້ສ້າງຕັ້ງຂື້ນໃນຊຸມປີ 1970 ແລະ ໄດ້ຮັບມິຕິໃໝ່ ໃນກາງຊຸມປີ 90 ເມື່ອການຮ່ວມມືດັ່ງກ່າວໄດ້ກາຍເປັນບຸລິມະສິດຂອງພາກພື້ນນີ້. ປະເທດ ສະວິດເຊີແລນ ໄດ້ໃຫ້ການສະໜັບສະໜູນການຫັນປ່ຽນດ້ານເສດຖະກິດຂອງບັນດາປະເທດຕ່າງໆ ຈາກການລິ ເລີ້ມໃນຂະແໜງການກະສິກຳ, ການສຶກສາຂັ້ນສູງ,ການສົ່ງເສີມພາກສ່ວນເອກກະຊົນ, ການປະຕິຮູບການ ບðລິຫານຄຸ້ມຄອງລັດ ແລະ ສິ່ງແວດລ້ອມ.

ການຮ່ວມມືດ້ານການພັດທະນາຂອງສະວິດເຊີແລນໃນພາກພື້ນແມ່ນຳ້ຂອງເຊີ່ງປະກອບມີຫວຽດນາມ, ສປປ ລາວ, ກຳປູເຈຍ ແລະ ພະມ້າ ແມ່ນໂຄງການຮ່ວມລະຫວ່າງ ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງສະວິດເຊີແລນ ແລະ ກອງເລຂາແຫ່ງລັດດ້ານວຽກງານເສດຖະກິດ (ເຊໂກ).

ຍຸດທະສາດການຮ່ວມມືຂອງສະວິດ ເຊີແລນ ໃນໂຄງການ ພາກພື້ນແມ່ນຳ້ຂອງ ປີ 2007-2011 ມີຈຸດປະສົງ ເພື່ອ ອຳນວຍຄວາມສະດວກໃນການປະສົມປະສານດ້ານເສດຖະກິດ ແລະ ສັງຄົມຂອງພາກພື້ນ ແລະ ຂອງໂລກ, ເພື່ອ ປັບປຸງຊີວິດການເປັນຢູ່ ແລະ ປົກປັກຮັກ ສາຊັບພະຍາກອນທຳມະຊາດໃນພາກພື້ນ ໂດຍ ການສະໜັບສະໜູນ ບັນດາປະເທດຕ່າງໆ ໃນການຈັດຕັ້ງປະຕິບັດ ຍຸດທະສາດການພັດທະນາແຫ່ງຊາດ ຂອງເຂົາເຈົ້າເພື່ອ ລຸດຜ່ອນ ຄວາມທຸກຍາກ ແລະ ການຂະຫຍາຍຕົວ ທາງດ້ານເສດຖະກິດ ແບບຍືນຍົງ ໂດຍເຮັດໃຫ້ມີການລິເລີ້ມສິ່ງໃໝ່ທີ່ ຕິດພັນກັບວຽກດັ່ງກ່າວໃນພາກພື້ນນີ້.

ການຮ່ວມມືຂອງປະເທດສະວິດເຊີແລນໃນພາກພື້ນນີ້ໄດ້ສຸມໃສ່ສີ່ຂົງເຂດການຮ່ວມມືດັ່ງນີ້:
• ການປົກຄອງ
• ການພັດທະນາການດຳລົງຊີວິດໃນເຂດຊົນນະບົດ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ
• ການພັດທະນາເສດຖະກິດໂດຍສຸມໃສ່ການພັດທະນາການສົ່ງເສີມພາກເອກກະຊົນ
• ການກະກຽມ ແລະ ການຕອບໂຕ້ຕð່ໄພພິບັດ

ການປົກຄອງ ແລະ ບົດບາດຍິງຊາຍຖືເປັນຫົວຂð້ທີ່ສຳຄັນຮ່ວມກັນກັບຫົວຂð້ອື່ນໆ.

ຄົ້ນຫາ/ຊອກຫາ:
ຂ່າວທັງໝົດ
ທ້ອງຖີ່ນ
05.03.2010
Green Industry Development Market in Vietnam Gains Strength with VNCPC Ltd
24.02.2010
Brickmakers to build a cleaner future
12.01.2010
Swiss fund legal aid programme
ສາກົນ
17.03.2010
Reviewing the effectiveness of multilateral organisations
03.03.2010
Official working visit to Bern of Nepalese Deputy Prime Minister and Minister...
25.02.2010
Population Survey on Development Policy: Development Cooperation deeply embedded
ຂ່າວທັງໝົດ
The Swiss Agency for Development and Cooperation (SDC) is a part of the Swiss Foreign Ministry.
The State Secretariat for Economic Affairs (SECO) is part of the Swiss Ministry of Economic Affairs